08/08/2025
🔺ແຈ້ງເຕືອນ ຈາກສະມາຄົມຄຳ ເຄື່ອງປະດັບ ແລະ ອັນຍະມະນີລາວ
ປະຈຸບັນມີຮ້ານຄ້າບາງແຫ່ງໃນປະເທດໄດ້ມີການເປີດຈຳໜ່າຍເຄື່ອງປະດັບທີ່ເອີ້ນວ່າ “ຄຳຫຸ້ມເງິນ” ໂດຍມີການໂຄສະນາຢ່າງຊັດເຈນ ວ່າຊັ້ນນອກເປັນຄໍາແທ້ ສ່ວນທາງໃນນັ້ນເປັນເງິນ ແລະ ມີລາຄາຕ່ຳກວ່າທ້ອງຕະຫຼາດ ເຊິ່ງປະຊາຊົນສາມາດເລືອກຊື້ໄດ້ຕາມຄວາມສະດວກ ແລະ ສະໝັກໃຈ
ເຖິງແນວໃດກໍຕາມ ສະມາຄົມຂໍແຈ້ງເຕືອນປະຊາຊົນທຸກທ່ານຊາບວ່າ “ການນຳເອົາຄຳເຄືອບ ຫຼື ຄຳຍັດໄສ້ ໄປຂາຍຕໍ່ໃຫ້ຮ້ານຄຳທົ່ວໄປ ໂດຍບໍ່ແຈ້ງຂໍ້ມູນທີ່ແທ້ຈີງ ອາດຈະເຂົ້າຂ່າຍການຫຼອກລວງ ແລະ ມີຄວາມຜິດທາງກົດໝາຍ”
ເນື່ອງຈາກຮ້ານຄຳສ່ວນໃຫຍ່ຮັບຊື້ສະເພາະຄຳແທ້ມາດຕະຖານຫາຜູ້ຂາຍມີເຈດຕະນາບໍ່ເປີດເຜີຍຄວາມຈິງ ຫຼື ມີການຈົງໃຈປົກປິດອາດຈະຖືກດຳເນີນຄະດີຕາມກົດໝາຍໄດ້
ສະມາຄົມຄຳ, ເຄື່ອງປະດັບ ແລະ ອັນຍະມະນີລາວ ສະໜັບສະໜູນການຊື້ຂາຍຄຳຢ່າງໂປ່ງໃສ, ມີມາດຕະຖານ ແລະ ມີຄວາມເປັນທຳກັບທຸກຝ່າຍ
ສະນັ້ນ, ຈຶ່ງຂໍຮ່ວມມືຈາກປະຊາຊົນໃນການເລືອກຊື້ຄຳຈາກແຫຼ່ງທີ່ເຊື່ອຖືໄດ້ເພື່ອປ້ອງກັນປັນຫາທາງກົດໝາຍ ແລະ ຮັກສາຄວາມໝັ້ນຄົງຂອງຕະຫຼາດຄໍາພາຍໃນປະເທດ
ຫາກບໍ່ແນ່ໃຈໃນຄຳທີ່ທ່ານສະສົມຢູ່ ສາມາດນຳມາກວດສອບກັບຮ້ານຄຳທີ່ມີເຄື່ອງກວດມາດຕຖານທີ່ໄດ້ການຮັບຮອງຈາກສະມາຄົມໄດ້
------------------
#ສະມາຄົມຄໍາເຄື່ອງປະດັບແລະອັນຍະມະນີລາວ
#ສະມາຄົມຄໍາລາວ
#ລາຄາຄໍາ